วันพุธที่ 15 ธันวาคม พ.ศ. 2553

ສຸພາສິດລາວ


ຄຳສຸພາສິດ
ຄຳວ່າ “ສຸພາສິດ ”ເປັນຄຳເວົ້າທີ່ສັ້ນແຕ່ມີຄວາມຫມາຍອັນເລິກເຊິ່ງ ເຊິ່ງຊາວບູຮານປະດິດແຕ່ງຂຶ້ນມາແຕ່ບູຮານະການ. ຄຳສຸພາສິດເປັນວັນນະຄະດີພື້ນເມືອງລາວປະເພດຫນຶ່ງ ເຊິ່ງຜູ້ແຕ່ງມັກໃຊ້ຄຳເວົ້າທີ່ສັ້ນໃຫ້ສຳຜັດເກາະກ່າຍກັນ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະຈື່ໄດ້ດົນ. ເນື້ອໃນຂອງຄຳສຸພາສິດເປັນຄຳສັ່ງສອນ ເພື່ອຕັກເຕືອນໃຫ້ຊາວຜູ້ອອກແຮງງານປະພຶດຕົນເອງ ໄປໃນຄວາມຖືກຕ້ອງເຫມາະສົມຫຼືຈະເວົ້າໄດ້ອີກຢ່າງຫນຶ່ງວ່າ ຄຳສຸພາສິດແມ່ນບົດຮຽນອັນມີຄຸນຄ່າໃນການດຳລົງຊີວິດ ແລະ ທຳມາຫາກິນຂອງຊາວຜູ້ອອກແຮງງານ


ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ

1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ
2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ
- ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.
- ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.
- ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.
- ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ)

ສຸພາສິດທີ່ເວົ້າເຖິງຄຸນສົມບັດ
ການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ:
  • ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ
  • ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ
    ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ
  • ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
  • ລູກເວົ້າຍາກ ພໍ່ແມ່ປາກປຽກ
ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງເຊັ່ນ:
  • ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ
  • ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
  • ພົບຄົນດີ ມີສີແກ່ຕົວ
    ພົບຄົນຊົ່ວ ພາຕົວຫມົ່ນຫມອງ
  • ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ
ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ:
  • ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ
    ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ
  • ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້
  • ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ
  • ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້
  • ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ
  • ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ


ສຸພາສິດເວົ້າເຖິງການອອກແຮງງານ

ຄົນບູຮານອາໄສການອອກແຮງງານດ້ວຍຕີນມື ເມື່ອລ້ຽງຊີບເຊັ່ນ ການເຮັດໄຮ່ເຮັດນາເພື່ອປູກເຂົ້າ, ການອອກແຮງງານດັ່ງກ່າວຕ້ອງໄດ້ອີກໃສ່ດິນ, ນ້ຳ, ອາກາດ ເປັນເງື່ອນໄຂ
ທີ່ສຳຄັນ, ສະນັ້ນ ຊາວບູຮານຈິ່ງມີບົດຮຽນໃນການສັງເກດການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເມື່ອໃດຝົນຈະຕົກ, ເມື່ອໃດຟ້າຈະແລ້ງ ເຊັ່ນຄຳສຸພາສິດທີ່ວ່າ:
  • ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ
  • ຝົນຊິຕົກໃຫເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ
ຈາກການສັງເກດ ແລະກຳໄດ້ກົດເກນການປ່ຽນແປງຂອງດິນຟ້າອາກາດ ປະຊາຊົນຈິ່ງຊອກວິທີການຕ່າງໆ ເພື່ອຕັກເຕືອນເຊິ່ງກັນ ແລະກັນ ໃຫ້ຮູ້ລະດູການເພີ່ມພູດຜະລິດຜົນທີ່ຈະໄດ້ຮັບຜົນດີ ດັ່ງຄຳສຸພາສິດທີ່ວ່າ :
  • ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ
ຫລື
  • ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ
  • ກົກຈະນ້ອຍ ຜົນນ້ອຍແຮ່ງບໍ່ແມ່
ຕັ້ງແຕ່ໃດໆ ມາຊາວຜູ້ອອກແຮງງານມີມູນເຊື້ອດຸຫມັ່ນຂະຫຍັນພຽນເຮັດໄຮ່ນາສວນຈົນມີບົດຮຽນສືບຕໍ່ກັນມາ ໂດຍປະດິດແຕ່ງເປັນຄຳສຸພາສິດ ດັ່ງນີ້:
  • ຢາກກິນເຂົ້າ ຕ້ອງເຮັດນາໜາ
    ຢາກກິນປາ ຕ້ອງແບກແຫລົງນ້ຳ
  • ຫລັງສູ້ຟ້າ ຫນ້າສູ້ດິນ
  • ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
  • ໄປຢຽບຫມາ ມາຢຽບຂຽດ




ທີ່ມາຂອງສຸພາສິດ
http://pasalao.net/2007/03/09/sipasit-bor-sue-sud/

วันอังคารที่ 14 ธันวาคม พ.ศ. 2553

ວັດລາວໃນຣາຊອານາຈັກໄທ

ປະຫວັດຄວາມເປັນມາວັດພັນທະຄີຣີ
      
        ວັດພັນທະຄີຣີນີ້ໄດ້ຕັ້ງຢູ່ທີ່ບ້ານແສນພັນ ເຂດແສນພັນ ເມືອງທາດພະນົມ ແຂວງນະຄອນພະນົມ
ບ້ານແສນພັນນີ້ ຕັ້ງຂຶ້ນເມື່ອປະມານ ໑໗໐ ປີມາແລ້ວ ຜູ້ທີ່ກໍ່ຕັ້ງບ້ານນີ້ຂື້ນຊື່ພໍ່ສາຍ ອົບພະຍົບມາຈາກເມືອງວັງອ່າງຄຳ ປະເທດສາທາລະນະລັດປະຊາທີ່ປະໄຕປະຊາຊົນລາວ ມາຕັ້ງທີ່ບໍລິເວນດົງແສນພັນ ຮິມແມ່ນ້ຳຂອງຝັ່ງຊາຍເປັນແດນດິນທີ່ອຸດົມສົມບູນ ໂດຍຕັ້ງຊື່ບ້ານວ່າ ບ້ານດົງແສນພັນ ຄຳວ່າດົງແສນພັນເປັນເຄືອຊະນິດໜຶ່ງ ປັດຈຸບັນມີໃຫ້ເຫັນທີ່ວັດພັນທະຄີຣີ ກຳນັນຄົນທຳອິດຊື່ວ່າ ຫຼວງປັດຊະຍາ ຄົນທີ່ສາມຊື່ວ່າ ທ່ານສອນ ນາກຄະພົງ ປ່ຽນຊື່ບ້ານດົງແສນພັນວ່າ ແສນພັນເປັນບ້ານແສນພັນ ເຂດແສນພັນ ເມືອງທາດພະນົມ ແຂວງນະຄອນພະນົມ ມາຈົນເຖິງປັດຈຸບັນນີ້.

        ວັດພັນທະຄີຣີ ເປັນວັດໜຶ່ງທີ່ມີພຣະພິກສຸສາມເນນລາວຫຼາຍທີ່ສຸດໃນເຂດເມືອງທາດພະນົມ ແລະມີເຈົ້າອະທິການວັດເປັນຄົນລາວ ພຣະພິກສຸສາມເນນທີ່ຢູ່ໃນວັດນີ້ມີຈຳນວນ ໑໘ ຣູບ ແລະກໍ່ເປັບນັກຮຽນນັກສຶກສາ
        ຊາວບ້ານໃນບ້ານນີ້ໃຫ້ຄວາມສະໜັບສະໜຸນອຸ້ມຊູພຣະເນນໃນວັດນີ້ປຽບເໝືອນລູກຕົວເອງ